ການຄຸ້ມຄອງແຫຼ່ງນໍ້າໃນຕົວເມືອງດ້ວຍວິທີການແບບບໍ່ລວມສູນ ໃນອາຊີຕະເວັນອອກສຽງໃຕ້

ການນໍາເອົາເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ວາລະການພັດທະນາຕົວເມືອງສະບັບໃໝ່ ລົງໄປຈັດຕັ້ງປະຕິບັດ ຂັ້ນຊຸມຊົນ

ບັນດາຕົວເມືອງຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແມ່ນປະສົບກັບສິ່ງທ້າທາຍໃນການຊອກຫາວິທີທາງໃໝ່ໆ ເພື່ອສ້າງຄວາມເຂັ້ມແຂງຂອງຕົນເອງໃນການປັບຕົວ, ການຮວບຮວມ ແລະ ສ້າງຄວາມໝັ້ນຄົງຂອງແຫຼ່ງນໍ້າ. ໃນເທດສະບານຂອງເມືອງ, ມີຫຼາຍສິ່ງທ້າທາຍທີ່ສໍາຄັນຕໍ່ກັບການຄຸ້ມຄອງນໍ້າຕົວເມືອງແບບຮອບດ້ານ ທີ່ສະທ້ອນ ເປັນຄຸນລັກຊະນະສະເພາະຫຼາຍດ້ານ ແລະ ທ້າທາຍຕໍ່ການພັດທະນາຕົວເມືອງ. ແນວທາງການພັດທະນາຕົວເມືອງ ກໍ່ໃຫ້ເກີດມີຊ່ອງວ່າງທີ່ກ່ຽວຂ້ອງກັບການສະໜອງນໍ້າ, ເຊິ່ງສາມາດເຫັນໄດ້ຢ່າງຊັດເຈນຈາກການບໍລິການຂອງເທດສະບານ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດຫຼາຍເກີນໄປ.  ມົນລະພິດໃນແຫຼ່ງນໍ້າໃຕ້ດິນ ແມ່ນເກີດຈາກບັນຫາຕ່າງໆເຊັ່ນ ການປ່ຽນແປງຂອງດິນຟ້າອາກາດ.

retention pond
sludge truck at treatment plant
waterway in a residential area
water treatment plant
on-site sanitation
drinking water

ເປົ້າໝາຍຂອງໂຄງການ – ແມ່ນຫຍັງທີ່ພວກເຮົາຕ້ອງການ?

ເປົ້າໝາຍຂອງໂຄງການຄຸ້ມຄອງນໍ້າຕົວເມືອງແບບບໍ່ລວມສູນ “PolyUrbanWaters” ເພື່ອສ້າງຄວາມຮູ້ທາງດ້ານວິທະຍາສາດ ແລະ ການພັດທະນາບັນດາເຄື່ອງມືຈັດຕັ້ງປະຕິບັດຕ່າງໆທີ່ກ່ຽວຂ້ອງ ເພື່ອຊ່ວຍຕົວເມືອງທີ່ເຕີບໂຕຢ່າງໄວວາ ໃນອາຊິຕະເວັນອອກສຽງໃຕ້ ໃຫ້ສາມາດຈັດຕັ້ງປະຕິບັດ ແນວທາງການພັດທະນາຕົວເມືອງແບບບໍ່ລວມສູນ ແລະ ເຊື່ອມສານການຄຸ້ມຄອງນໍ້າແບບຮອບດ້ານ.

  • ຖ້າຈະປະຕິບັດໄດ້, ຈະຕ້ອງໄດ້ດຶງເອົາ “ນໍ້າ” ແຍກອອກເປັນແຕ່ລະພາກສ່ວນສະເພາະ ແລ້ວເໜັ້ນໜັກໃຫ້ມີການປະສານສົມທົບຍ່າງຮອບດ້ານ, ແລະ ຖືເປັນວິທີການແກ້ໄຂບັນຫາທີ່ສໍາຄັນໃນການພັດທະນາຕົວເມືອງ.

  • ຖ້າຈະປະຕິບັດໄດ້, ການປະກອບສ່ວນທີ່ເປັນຮູບປະທໍາ ໃນການຈັດຕັ້ງປະຕິບັດຕາມເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ວາລະການພັດທະນາຕົວເມືອງສະບັບໃໝ່: “ສົ່ງເສີມໃຫ້ມີການຮ່ວມມື ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງຕົວເມືອງທີ່ມີຂະໜາດຕ່າງກັນ ແລະ ການຕັ້ງຖິ່ນຖານຂອງມະນຸດ, ສ້າງຄວາມເຂັ້ມແຂງດ້ານພາລະບົດບາດຂອງຕົວເມືອງນ້ອຍ, ກາງ ແລະ ໃຫຍ່, … ໃຫ້ສາມາດເຂົ້າເຖິງທີ່ຢູ່ອາໃສ, ພື້ນຖານໂຄງລ່າງ ແລະ ການບໍລິການທີ່ມີຄວາມຍືນຍົງ, ລາຄາບໍ່ແພງ, ພຽງພໍ, ໝັ້ນຄົງທົນທານ ແລະ ມີຄວາມປອດໄພ”  (ວາລະການພັດທະນາຕົວເມືອງສະບັບໃໝ່ ຂໍ້ທີ 95).

>ລາຍລະອຽດ ແລະ ຄວາມຄືບໜ້າຂອງໂຄງການ ສາມາດເຂົ້າເບິ່ງໄດ້ທີ່ ເວັບໄຊ໌ ສະບັບພາສາອັງກິດ.

ຮູບແບບຂອງຂະບວນການປ່ຽນແປງ ໃນຕົວເມືອງທົດລອງ

ສາມໂຄງການທົດລອງ (“Living Labs”) ແມ່ນຈະດໍາເນີນຢູ່ໃນສາມປະເທດ ໂດຍການສ້າງຂະບວນການປ່ຽນແປງໃຫ້ເປັນຮູບປະທໍາຂັ້ນທ້ອງຖິ່ນ, ແລະ ເປັນຕົວແທນໃຫ້ແກ່ເທດສະບານທີ່ມີຄວາມສົນໃຈ.

ສະເລມານ, ອິນໂດເນເຊຍ

Sleman, Indonesia

ກຣາເຈະ, ກໍາປູເຈຍ

Kratié, Cambodia

ຊໍາເໜືອ, ລາວ

Sam Neua, Laos

ບັນຫາການຄຸ້ມຄອງນໍ້າ ແມ່ນມີຄວາມສໍາຄັນຫຼາຍ ແລະ ສະທ້ອນໃຫ້ເຫັນເຖິງສິ່ງທ້າທາຍຫຼາຍຢ່າງ ໃນພື້ນທີ່ຕົວເມືອງເຫຼົ່ານີ້

 

(ເບື້ອງຕົ້ນ) ແນວທາງຍຸດທະສາດ ຈະຖືກສ້າງຂຶ້ນອີງຕາມແຜນກິດຈະກໍາ ຂອງແຕ່ລະຕົວເມືອງ. ພື້ນທີ່ ເປົ້າໝາຍມີປະຊາກອນປະມານ 3,000 – 15,000 ຄົນ (ຕົວຢ່າງ., ພື້ນທີ່ໃກ້ຄຽງ, ພື້ນທີ່ອ້ອມແອ້ມຕົວເມືອງ), ທີ່ອະນຸຍາດໃຫ້ຄົ້ນຄ້ວາ ແລະ ພັດທະນາບັນດາເຄື່ອງມືທີ່ສາມາດນຳໄປໃຊ້ໃນສະ ຖານະການທີ່ຄ້າຍຄືກັນໄດ້. ຜົນໄດ້ຮັບ ແລະ ຈາກໂຄງການທົດລອງ ແມ່ນຈະນໍາມາເຕີມເຕັມ ເຂົ້າໃນອົງປະກອບການເຮັດວຽກ ໃນລະດັບຊາດ ແລະ ພາກພື້ນ.

ຈາກທັດສະນະດ້ານການເມືອງ “ບັນດາຮູບແບບໂຄງການ” ເຫຼົ່ານີ້ ແມ່ນໄດ້ຮັບການສະໜັບສະໜູນຈາກອໍານາດການປົກຄອງທີ່ກ່ຽວຂ້ອງ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ປະເທດລາວ, ຫ້ອງວ່າການປົກຄອງແຂວງກຣາເຈະ/ກໍາປູເຈຍ ແລະ ກະຊວງພັດທະນາພື້ນຖານໂຄງລ່າງ ອິນໂດເນເຊຍ.

> ຂໍ້ມູນເພີ່ມເຕີມກ່ຽວກັບ ຕົວເມືອງທົດລອງ ສາມາດ ເຂົ້າເບິ່ງໄດ້ທີ່ ເວັບໄຊ໌ ສະບັບພາສາອັງກິດ

ຄາດຄະເນຜົນໄດ້ຮັບ 

ເຄືອຂ່າຍການຄົ້ນຄວ້າໂດຍຮູບການປະຕິບັດຕົວຈິງ – ຄູ່ຮ່ວມມືຂອງໂຄງການ

ໂຄງການນີ້ແມ່ນຈັດຕັ້ງປະຕິບັດໂດຍຮູບການຄົ້ນຄວ້າຕົວຈິງ ຂອງເຄືອຂ່າຍບັນດາສະຖາບັນ, ເທດສະບານ, ໝ່ວຍງານຈາກລັດຖະບານທັງທ້ອງຖິ່ນ ແລະ ສູນກາງ, ອົງການຈັດຕັ້ງສາກົນ ແລະ ພາກເອກະຊົນ ຈາກ ອິນໂດເນເຊຍ, ກໍາປູເຈຍ, ລາວ, ໄທ, ຫວຽດນາມ ແລະ ເຢຍລະມັນ.

PolyUrbanWaters Map: Our Partner Organisations

ຕິດຕໍ່ພົວພັນ

BORDA e.V.

Dr. Bernd Gutterer
gutterer@borda.org
T +49 175 2076637

Fabio Nicoletti
nicoletti@borda.org
T +49 421 40 89 52 32

TU Berlin Habitat Unit

Prof. Anke Hagemann
anke.hagemann@tu-berlin.de

Ania Wilk-Pham
a.wilk-pham@tu-berlin.de

T +493031421908

TH Köln – ITT

Prof. Dr. Lars Ribbe
lars.ribbe@th-koeln.de

Xhesika Hoxha
xhesika.hoxha@th-koeln.de

Frederic Hebbeker
frederic_andreas.hebbeker@smail.th-koeln.de

T +49 221 8275 2774